ໂຄງການກໍ່ສ້າງສະໜາມບິນທົ່ງໄຫ ໄລຍະ1 ຄືບໜ້າກວ່າ  63% ທ້າຍປີນີ້ ຄາດວ່າຈະສຳເລັດໂດຍພື້ນຖານ

ໂຄງການກໍ່ສ້າງສະໜາມບິນທົ່ງໄຫ ໄລຍະ1 ຄືບໜ້າກວ່າ 63% ທ້າຍປີນີ້ ຄາດວ່າຈະສຳເລັດໂດຍພື້ນຖານ

ວັນທີ 2 ມີນາ 2025 ນີ້, ທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ  ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສະໜາມບິນທົ່ງໄຫ ຢູ່ແຂວງຊຽງຂວາງ ໄລຍະ 1.

ໂຄງການໄດ້ລິເລີ່ມກໍ່ສ້າງແຕ່ເດືອນ ມີນາ 2024 ມາຮອດປັດຈຸບັນໄດ້ສໍາເລັດ 63% ເຊິ່ງມີບັນດາໜ້າວຽກຕົ້ນຕໍຄື: ປັງປຸງໜ້າດິນເສັ້ນບິນຂຶ້ນລົງ (ລັນເວເກົ່າ) ພວມປູອັດສະຟານຊັ້ນທີ 3, ຄາດກະໃຫ້ສໍາເລັດເດືອນ ມິຖຸນາ 2025 ສາມາດອະນຸຍາດໃຫ້ເຄື່ອງບິນຂຶ້ນລົງໄດ້; ຕໍ່ເຕີມຄວາມຍາວຂອງເສັ້ນບິນຂຶ້ນລົງ (ຕໍ່ລັນເວຕື່ມ) ມີຄວາມຍາວ 550 ແມັດ, ເກດສໍາເລັດ ພວມລົງອັດສະຟານຊັ້ນ 1 ແລະ ຊັ້ນ 2; ກໍ່ສ້າງເດີ່ນ (ເລນແທັກຊີເວ) ໃໝ່, ສໍາເລັດອັດແໜ້ນໜ້າດິນ ພວມກະກຽມລົງອັດສະຟານຊັ້ນທີ 1.

ຄາດທ້າຍປີ 2025ໂຄງການກໍ່ສ້າງປັງປຸງສະໜາມບິນທົ່ງໄຫໄລຍະທີ 1 ຈະໃຫ້ສໍາເລັດໂດຍພື້ນຖານ

ທີ່ມາ:ໜັງສືພິມກອງທັບ

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *