Posted inຂ່າວ ທົ່ວໄປ
ໂຄງການກໍ່ສ້າງສະໜາມບິນທົ່ງໄຫ ໄລຍະ1 ຄືບໜ້າກວ່າ 63% ທ້າຍປີນີ້ ຄາດວ່າຈະສຳເລັດໂດຍພື້ນຖານ
ວັນທີ 2 ມີນາ 2025 ນີ້, ທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສະໜາມບິນທົ່ງໄຫ ຢູ່ແຂວງຊຽງຂວາງ ໄລຍະ 1. ໂຄງການໄດ້ລິເລີ່ມກໍ່ສ້າງແຕ່ເດືອນ ມີນາ 2024 ມາຮອດປັດຈຸບັນໄດ້ສໍາເລັດ 63% ເຊິ່ງມີບັນດາໜ້າວຽກຕົ້ນຕໍຄື: ປັງປຸງໜ້າດິນເສັ້ນບິນຂຶ້ນລົງ (ລັນເວເກົ່າ) ພວມປູອັດສະຟານຊັ້ນທີ…