ໂຄງການພະລັງງານສະອາດພາກເໜືອ ຈະກາຍເປັນແຫຼ່ງຜະລິດໄຟຟ້າທົດແທນໃຫຍ່ທີ່ສຸດ ໃນ ສປປລາວ

ໂຄງການພະລັງງານສະອາດພາກເໜືອ ຈະກາຍເປັນແຫຼ່ງຜະລິດໄຟຟ້າທົດແທນໃຫຍ່ທີ່ສຸດ ໃນ ສປປລາວ

ໂຄງການໂຄງການພະລັງງານສະອາດພາກເໜືອ ຕັ້ງຢູ່ໃນພື້ນທີ່ 7 ບ້ານ ຂອງສອງເມືອງຄື: ບ້ານກິ່ວຈະລຸ,ບ້ານຈອມອອງ,ບ້ານກີ່ວແຈບ,ບ້ານນາຖົ່ວ,ບ້ານນໍ້າບໍ່ຕາໄກ່,ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ຂອງເມືອງໄຊ ແລະ ເມືອງນາໝໍ້, ມີເນື້ອທີ່ທັງໝົດ20.901.612 ຕາແມັດ.

ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ມີກໍາລັງຕິດຕັ້ງທັງໝົ 1.000 MW ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 1,700 ກິກາວັດໂມງ/ປີ.

ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ໃນວັນທີ 12 ກັນຍາ 2024 ມາຮອດປະຈຸບັນ ການກໍ່ສ້າງໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນນີ້ ໄດ້ນຳເອົາແຜງໂຊລ່າເຊວທີ່ຕິດຕັ້ງສໍາເລັດສາມາດຜະລິດໄຟໄດ້ແລ້ວ 2MW; ສໍາເລັດເຈາະຂຸມທີ່ຈະຕັ້ງເສົາແຜງໂຊລ່າເຊວໄດ້ທັງມົດ 60.000 ຂຸມ, ມີວິຊາການ ແລະ ແຮງງານ ທັງໝົດປະມານ 800 ຄົນ ຄາດວ່າຈະກໍ່ສ້າງສຳເລັດ ແລະ ເປີດຂາຍໄຟຟ້າຢ່າງເປັນທາງການໃນເດືອນ ທັນວາ ປີ2025 ທີ່ຈະມາເຖິງນີ້.

ພາຍຫຼັງໂຄງການດຳເນີນການຜະລິດກະແສໄຟຟ້າ ກໍ່ຈະກາຍເປັນແລ່ງຜະລິດພະລັງງານໄຟຟ້າທົດແທນ (ພະລັງງານສະອາດ) ໃຫຍ່ທີ່ສຸດ ໃນ ສປປລາວ

ນີ້ແມ່ນບາງຂໍ້ມູນທີ່ໄດ້ນຳສະເໜີຕໍ່ກອງປະຊຸມຄະນະກຳມະການຊີ້ນໍາຮ່ວມ ໂຄງການພະລັງງານໄຟຟ້າແສງຕາເວັນ ຂອງບໍລິສັດຊີຈີເອັນລາວ ຕາເວັນ ຈຳກັດຜູ້ດຽວ ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ພາຍຫຼັງໂຄງການໄດ້ສໍາເລັດການກໍ່ສ້າງ ແລະກ້າວເຂົ້າສູ່ໄລຍະດໍາເນີນງານ ກໍຈະກາຍເປັນໂຄງການຕົວແບບ ທີ່ຈະສາມາດສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມໃຫ້ແກ່ທ້ອງຖິ່ນຕາມພັນທະຂອງສັນຍາ ແລະ ຈະກາຍເປັນສັນຍາລັກອັນໂດດເດັ່ນໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ຈີນ.

ທີ່ມາ:ສູນຂ່າວພະລັງງານ ແລະ ບໍ່ແຮ່

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *