Posted inຂ່າວ ທົ່ວໄປ
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ
ໂດຍໄດ້ຮັບຄຳເຊີນ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັັນທີ 4-6 ມີນາ 2025 ນີ້. ຕອນເຊົ້າວັນທີ 5 ມີນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ເປັນປະທານພິທີຕ້ອນຮັບ…