ວຽກງານທາງລົດໄຟຂອງ ສປປ ລາວ ກໍາລັງໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ. ເມື່ອເວົ້າເຖິງວຽກງານທາງລົດໄຟ, ຫຼາຍຄົນອາດຈະຄິດວ່າເປັນວຽກທີ່ເໝາະສຳລັບຜູ້ຊາຍ ເພາະອາດຕ້ອງໃຊ້ແຮງງານ, ຄວາມຊ່ຽວຊານທາງດ້ານເຕັກນິກ ແລະ ການເຮັດວຽກໃນສະພາບແວດລ້ອມທີ່ທ້າທາຍ. ແຕ່ໃນປັດຈຸບັນ ມີແມ່ຍິງຈຳ ນວນຫຼາຍໄດ້ພິສູດແລ້ວວ່າພວກເຂົາສາມາດເຮັດວຽກເຫຼົ່ານີ້ໄດ້ດີບໍ່ຕ່າງຈາກຜູ້ຊາຍ. ທາງລົດໄຟລາວ-ຈີນ ມີພະນັກງານ ຈໍານວນ 311 ຄົນທີ່ເປັນເອື້ອຍນ້ອງແມ່ຍິງ ທີ່ບັນຈຸຢູ່ໃນຕຳແໜ່ງງານຕ່າງໆຂອງທາງລົດໄຟ, ບໍ່ວ່າຈະເປັນພະນັກງານຂົນສົ່ງໂດຍສານສະຖານີ, ພະ ນັກງານຈຸລົດລົດໄຟ, ພະນັກງານຂົນສົ່ງສິນຄ້າ, ພະນັກງານກົນ ຈັກຕິດຕາມຂະບວນລົດໄຟ, ພະນັກງານສາຍສັນຍານ, ພະນັກ ງານກວດກາ ແລະ…