ພິທີປະກາດຮັບຮອງ ນະຄອນຫລວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຈັດຂຶ້ນໃນວັນ ທີ 3 ມີນາ 2025, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ-ນະຄອນຫລວງພະບາງ, ນາຍບ້ານ 115 ບ້ານ ແລະ ປະຊາຊົນບັນດາເຜົ່າໃນນະຄອນຫລວງພະບາງ ເຂົ້າຮ່ວມ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ຮູ້ວ່າ: ຜ່ານການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຮັດໃຫ້ ນະຄອນຫລວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫລາຍຂຶ້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂຶ້ນ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນ ຕື່ນຕົວເຂົ້າຮ່ວມໃນການຈັດຕັ້ງປະຕິບັ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ມະຕິຄໍາສັ່ງຂອງລັດຖະບານ. ມາຮອດປັດຈຸບັນ, ທົ່ວນະຄອນ ມີບ້ານທີ່ບັນລຸມາດຖານພົ້ນທຸກ 113 ບ້ານ, ກວມ 98,26%, 16.355 ຄອບຄົວ, ມີບ້ານພັດທະນາ 109 ບ້ານ, ກວມ 94,78%, 14,979 ຄອບຄົວ.
ຜ່ານການກວດກາ-ປະເມີນຜົນ ຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນການສ້າງເມືອງພົ້ນທຸກ ຕາມ 9 ມາດຖານ, ການສ້າງນະຄອນເຂັ້ມແຂງຮອບດ້ານຕາມ 16 ມາດຕະຖານ, 60 ຕົວຊີ້ບອກ ຕິດພັນກັບການປະເມີນການສ້າງນະຄອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ແລະ 47 ຕົວຊີ້ບອກ ຕາມທິດນໍາສາມສ້າງ ເຫັນວ່ານະຄອນຫລວງພະບາງ ມີເງື່ອນໄຂຄົບຖ້ວນ, ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້.
ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານ-ຜົນ ສຳເລັດ ທີ່ນະຄອນຫລວງພະບາງ ຍາດມາໄດ້, ພ້ອມທັງເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ສືບຕໍ່ຮັກສານາມມະຍົດທີ່ໄດ້ປະກາດ ຕິດພັນກັບມູນເຊື້ອວັດທະນະ ທຳ ເມືອງມໍລະດົກໂລກຫລວງພະບາງ ໃຫ້ຍືນຍົງຕະຫລອດໄປ.
ຂ່າວ-ພາບ: ທະນູສີນ ອິດທິພົນ