ນະຄອນຫຼວງວຽງຈັນ ທໍາລາຍຖິ້ມຊິ້ນສ່ວນ ແລະ ສັດປ່າທີ່ຕາຍແລ້ວ

ນະຄອນຫຼວງວຽງຈັນ ທໍາລາຍຖິ້ມຊິ້ນສ່ວນ ແລະ ສັດປ່າທີ່ຕາຍແລ້ວ

ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບມູນນິທິອະ ນຸລັກສັດປ່າລາວ ຈັດພິທີສະເຫຼີມສະຫຼອງວັນອະນຸລັກສັດປ່າແຫ່ງຊາດ ໃນວັນທີ 3 ມີ ນາ 2025 ຢູ່ບ້ານຊຽງແລທ່າ, ເມືອງປາກງື່ມ. ໂດຍມີທ່ານ ຄຳໝູນ ຕຽງທາລາດ ເຈົ້າເມືອງປາກງຶ່ມ, ທ່ານ ບົວຄຳ ສີສົງຄາມ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.


ໃນໄລຍະຜ່ານມາ ນວ ໄດ້ເອົາໃຈໃສ່ຕິດຕາມ ກວດກາກ່ຽວກັບການຄ້າຂາຍສັດ ປ່າຕາມຈຸດຫຼໍ່ແຫຼມ ຈຸດທີ່ເປັນເປົ້າໝາຍ ແລະ ຕາມການລາຍງານຂອງແຫຼ່ງຂ່າວຈາກພົນລະເມືອງດີ ທັງໝົດ 273 ຄັ້ງ ສາມາດພົບເຫັນການກະທຳຜິດ 29 ຄັ້ງ ໂດຍໄດ້ມີການສຶກສາອົບຮົມຕັກເຕືອນ ແລະ ເຮັດບົດບັນທຶກອາຍັດຂອງກາງໄວ້ ມອບ ໃຫ້ກຸ່ມວຽກສຶບສວນ-ສອບສວນດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສ່ວນຂອງກາງທີ່ສາມາດຍຶດໄດ້ ມີສັດຕາຍ ແລະ ສິ້ນສ່ວນສັດແມ່ນໄດ້ນຳໄປທຳລາຍຈູດຖິ້ມ 2 ຄັ້ງ ຝັງ 1 ຄັ້ງ ລວມ 308 ກິໂລ ສຳລັບສັດທີ່ຍັງມີຊີວິດເຊັ່ນ: ມີ ນົກ, ແຫຼວ, ແລນ, ງູ, ເຕົ່າ ແລະ ປາຝາ ໄດ້ປ່ອຍຄືນສູ່ທຳມະຊາດຢູ່ເຂດອຸທະຍານແຫ່ງຊາດພູເຂົາຄວາຍ ເຂດເມືອງປາກງຶ່ມ.


ນອນນີ້, ຍັງໄດ້ປຸກລະດົມຂົນຂວາຍຜູ້ຄຸ້ມຄອງລ້ຽງສັດປ່າປະເພດຫວງຫ້າມ ປະເພດຄຸ້ມຄອງ ມອບຄືນໃຫ້ລັດ ມີ 13 ໂຕ ນຳໜັກ 175 ກິ ໂລ ເຊິ່ງມອບໃຫ້ອະນຸ ລັກສັດປ່າ ແລະ ມອບໃຫ້ສູນຊ່ວຍເຫຼືອໝີລາວທີ່ແຂວງຫຼວງພະບາງ ເພື່ອໄປບຳບັດຟື້ນຟູ ແລະ ດູແລຮັກສ່ຕາມຫຼັກວິຊາການ ໃນປີ 2025 ນີ້ ຄາດຄະເນວ່າໃນທົ່ວນະ ຄອນຫຼວງວຽງຈັນ ຈະປ່ອຍສັດປ່າອື່ນໆ ໃຫ້ໄດ້ຫຼາຍກວ່າ 300 ໂຕເພື່ອເປັນການອະນຸລັກຮັກສາຂະຫຍາຍພັນສຶບພັນແບບທຳມະຊາດ ເພີ່ມຄວາມອຸດົມສົມບູນໃຫ້ປ່າໄມ້ທຳມະຊາດມີຄວາມສວຍງາມຕະຫຼອດໄປ.

ໃນພິທີຄັ້ງນີ້ໄດ້ມີການຈູດທຳລາຍສິ້ນສ່ວນ ແລະ ສັດປ່າທີ່ຕາຍແລ້ວທີ່ຢຶດໄດ້ ພ້ອມຍັງໄດ້ນຳເອົາສັດປ່າທີ່ຍັງມີຊີວິດ ໂດຍມີປາຝາ ແລະ ງູສິງ ປ່ອຍຄືນສູ່ທຳມະ ຊາດໄວ້ທີ່ມູນນິທິອະນຸລັກສັດປ່າລາວອີກດ້ວຍ.

ທີ່ມາ: ວຽງຈັນໃໝ່

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *