ປະກາດນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ປະກາດນະຄອນຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ພິທີປະກາດຮັບຮອງ ນະຄອນຫລວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຈັດຂຶ້ນໃນວັນ ທີ 3 ມີນາ 2025, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ-ນະຄອນຫລວງພະບາງ, ນາຍບ້ານ 115 ບ້ານ ແລະ ປະຊາຊົນບັນດາເຜົ່າໃນນະຄອນຫລວງພະບາງ…