ພາຍໃຕ້ສະໂລແກນ “ເພື່ອນຄູ່ຄິດ ປ່ຽນຊີວິດໃຫ້ງ່າຍຂຶ້ນ” ຂອງ ແອັບ LDB TRUST, ທະນາຄານ ພັດທະນາລາວ ໄດ້ຕອກຢໍ້າຄວາມໝັ້ນໃຈໃນການນໍາໃຊ້ແອັບ ຂອງ ລູກຄ້າ ດ້ວຍການເປີດໂຕພຣີເຊັນເຕີຄົນໃໝ່ ແອັບ LDB TRUST “ນາຍ ນະພັດ” ດາລາຊື່ດັງ ຈາກປະເທດໄທ ດ້ວຍດີກຣີເປັນນັກສະແດງ ທີ່ມີຊື່ສຽງ ທັງໃນປະເທດໄທ ແລະ ຫຼາຍປະເທດໃນພາກພື້ນອາຊີ, ພາບລັກທີ່ມີສະເໜ່, ອັດທະຍາໃສດີ, ມີຄວາມເປັນເອກະລັກ ແລະ ເປັນຄົນລຸ້ນໃໝ່ ທີ່ມີ Lifestyle ແລະ ກິດຈະວັດປະຈໍາວັນ ໃນການໃຊ້ຊີວິດທີ່ຫຼາກຫຼາຍ.
LDB Bank ຈຶ່ງໄດ້ຕັດສິນໃຈເລືອກ ນາຍ ນະພັດ ຮ່ວມງານ ແລະ ເປັນຕົວແທນໃນການສື່ສານ ເຖິງພາບລັກ ຜະລິດຕະພັນແອັບ ຂອງ ທະນາຄານ ພັດທະນາລາວ ທີ່ຕອບໂຈດດ້ານການຊົມໃຊ້ ຕາມ Lifestyle ຂອງຄົນລາວໃນຍຸກປັດຈຸບັນ. ເຊິ່ງບໍ່ມີພຽງແຕ່ຟັງຊັນທາງການເງິນ ທີ່ອໍານວຍຄວາມສະດວກ ແລະ ການອອກແບບແອັບທີ່ທັນສະໄໝ ຕາມເທຣນໃນຍຸກປັດຈຸບັນແລ້ວ, ແອັບ LDB TRUST ກໍ່ຍັງມີສິດທິປະໂຫຍດທີ່ຫຼາກຫຼາຍ ໃນການນໍາໃຊ້ໃນຊີວິດປະຈໍາວັນ ເຊັ່ນ: ຈະກິນ…ຈະຊ໋ອບ…ຈະທ່ຽວ… ເມື່ອລູກຄ້າສະແກນຈ່າຍດ້ວຍ ແອັບ LDB TRUST, ທຸກໆການຊໍາລະ ລ້ວນແລ້ວແຕ່ເປັນຜົນປະໂຫຍດ ທີ່ລູກຄ້າຈະໄດ້ຮັບກັບຄືນມາ ບໍ່ວ່າຈະເປັນ: ການໄດ້ຮັບສ່ວນຫຼຸດ ກັບບັນດາຫ້າງຮ້ານ ໃນຂອບເຂດທົ່ວປະເທດ, ໄດ້ຮັບ Point ສະສົມ ເພື່ອແລກຂອງລາງວັນ ແລະ ຍັງໄດ້ລຸ້ນໂຊກ ກັບບັນດາແຄັມເປນຕ່າງໆ ຂອງ ທະນາຄານ ພັດທະນາລາວ ອີກດວ້ຍ.
ພ້ອມດຽວກັນນັ້ນ ຈຸດປະສົງຂອງ LDB Bank ທີ່ເລືອກ ນາຍ ນະພັດ ມາເປັນພຣີເຊັນເຕີ ກໍ່ເນື່ອງຈາກວ່າ ຈະໄດ້ມີການຖ່າຍທໍາວິດີໂອໂຄສະນາ, ໂດຍ ນາຍ ນະພັດ ຈະເດີນທາງມາສະແດງຈິງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ໃນ ສປປ ລາວ, ເຊິ່ງນີ້ຈະເປັນການໂຄສະນາ-ປະຊາສໍາພັນ ໂດຍບຸກຄົນທີ່ມີຊື່ສຽງ ເປັນທີ່ຮູ້ຈັກໃນວົງກວ້າງ ແລະ ມີຖານແຟນຄຣັບຢ່າງຫຼວງຫຼາຍ, ເຊິ່ງຈະສາມາດສ້າງພາບລັກທີ່ດີ ດ້ານການທ່ອງທ່ຽວ ຂອງ ສປປ ລາວ ເພື່ອດຶງດູດຄວາມສົນໃຈ ຂອງນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະແມ່ນ ຈາກປະເທດໄທ ໄດ້ມີຄວາມເຊື່ອໝັ້ນ ແລະ ເຂົ້າມາທ່ອງທ່ຽວປະເທດລາວເຮົາຫຼາຍຂຶ້ນ.
ສໍາລັບການຮ່ວມເປັນພີຣເຊັນເຕີ ແອັບ LDB TRUST ຂອງ “ ນາຍ ນະພັດ ” ໃນຄັ້ງນີ້ ແມ່ນຈະໄດ້ມີການຮ່ວມຖ່າຍທໍາວິດີໂອໂຄສະນາ ແລະ ຖ່າຍແບບ ເພື່ອນໍາສະເໜີຜະລິດຕະພັນ ແອັບ LDB TRUST ຕະຫຼອດປີ 2025, ພ້ອມທັງຍັງຈະໄດ້ເຂົ້າຮ່ວມກິດຈະກໍາກັບລູກຄ້າ ທີ່ນໍາໃຊ້ແອັບ LDB TRUST ຂອງ ທະນາຄານ ພັດທະນາລາວ. ຢ່າລືມມາຕິດຕາມຜົນງານ ຂອງ ພຣີເຊັນເຕີຄົນໃໝ່ ແອັບ LDB TRUST “ ນາຍ ນະພັດ ” ແລະ ຕິດຕາມຂໍ້ມູນຂ່າວສານ ພ້ອມຮ່ວມຫຼິ້ນກິດຈະກໍາ ລຸ້ນຮັບຂອງທີ່ລະນຶກທີ່ຫຼາກຫຼາຍ ຈາກ ນາຍ ນະພັດ ແລະ LDB BANK ນໍາກັນເດີ້.