ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89.600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP). ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານລາວຫວາງ ເມືອງຫຼາ ແຂວງອຸດົມໄຊ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນກຽມປະຖົມ ແລະ ຊັ້ນປະຖົມຂອງເດັກ ນ້ອຍໃນທ້ອງຖິ່ນ. ພິທີລົງນາມການຊ່ວຍເຫຼືອດັ່ງ ກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີລົງນາມໃນສັນຍາ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​, ທ່ານ…