ສຶກສາອົບຮົມໄວໜຸ່ມທີ່ມົ້ວສຸມດື່ມນໍ້າກະທ້ອມ

ສຶກສາອົບຮົມໄວໜຸ່ມທີ່ມົ້ວສຸມດື່ມນໍ້າກະທ້ອມ

ວັນທີ 6 ມີນາ 2025 ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາຕົວໄວໜຸ່ມທີ່ມົ້ວສຸມດື່ມນ້ຳກະທ້ອມຢູ່ພາຍ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຈໍານວນ 32 ຄົນ ຍິງ 5 ມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງ ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.


ພັອ ວັນນະສັກ ທອງອຸໄລ ໄດ້ຍົກໃຫ້ເຫັນເຖີງຜົນຮ້າຍ ໄພ ອັນຕະລາຍຂອງການດື່ມນໍ້າກະທ້ອມ ເຊີ່ງມັນຈະສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ ທັງໄລຍະສັ້ນ ແລະ ໄລຍະຍາວ ເພາະນ້ຳກະ ທ້ອມ ຈະອອກລິດຕໍ່ລະບົບປະສາດ ໂດຍສະເພາະ ຜູ້ທີ່ດື່ມເປັນຈຳນວນຫຼາຍ ຈະເກີດມີອາການວິນຫົວ, ມືນງົງ, ງ່ວງເຫງົາ, ງຸດງິດ, ນອນບໍ່ຫຼັບ. ນອກນີ້, ຍັງສົ່ງຜົນກະທົບຕໍ່ລະບົບລຳໄສ້ ເຮັດໃຫ້ປຸ້ນທອງ, ປວດຮາກ, ປວດທອງ ແລະ ຖ້າໃຊ້ຮວມກັບສິງເສບຕິດອື່ນໆ ອາດເພີ່ມຄວາມສ່ຽງທີ່ຈະເກີດຜົນຂ້າງຄຽງທີ່ຮ້າຍ ແຮງຕໍ່ສຸຂະພາບ ແລະ ນ້ຳກະທ້ອມ ຍັງຜິດຕໍ່ລຽບກົດໝາຍ ເພາະກະທ້ອມຖືເປັນພືດທີ່ມີສານເສບຕິດ.


ທັງນີ້, ເພື່ອເຮັດໃຫ້ເຂົາເຈົ້າຮູ້ໄດ້ເຖິງຜົນຮ້າຍ, ໄພອັນຕະລາຍຂອງການດື່ມນ້ຳກະທ້ອມ ແລະ ໃຫ້ພວກເຂົາພ້ອມກັນຢຸດເຊົາ, ປ່ຽນແປງຕົ້ນເອງ ບໍ່ໃຫ້ໄປຫຍຸ້ງກ່ຽວກັບມັນອີກ. ພ້ອມນັ້ນພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ເຮັດບົດ ບັນທຶກ ແລະ ສົ່ງໃຫ້ຜູ້ປົກຄອງເພື່ອນຳໄປສຶກສາອົບຮົມລູກຫຼານຂອງຕົນຕື່ມ.

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *