ແຈ້ງເຕືອນຝົນຕົກ ລົມພັດແຮງ 6 ຫາ 9 ມີນາ 2025

ແຈ້ງເຕືອນຝົນຕົກ ລົມພັດແຮງ 6 ຫາ 9 ມີນາ 2025

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ແລະ ລົມພັດແຮງ ໃນໄລະຍະວັນທີ 6 ຫາ 9 ມີນາ 2025 ວ່າ:ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍ
ກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່

ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ມີຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ໃນໄລຍະ ວັນທີ 06 ຫາ 09 ມີນາ 2025 ຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ອັດຕະປື ແລະ ເຊກອງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດ ທີ່ມີການປ່ຽນແປງດັ່ງກ່າວ ໂດຍສະເພາະສະພາບ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ໃຫຍ່, ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກ ລົ້ມ, ໃຫ້ຫຼີກລ່ຽງການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ແລະ ເດີ່ນກາງແຈ້ງທີ່ກວ້າງ ເພື່ອບໍ່ໃຫ້ຖືກຟ້າຜ່າ.

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *